ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປາ​ແລັດ​ສະ​ຕິນ-ອິດ​ສະ​ຣາ​ແອນ ​ຍັງ​ສືບຕໍ່ນັບ​ມື້ນັບຮຸນແຮງ


   ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້ວ່າ, ໂດຍ​ອີງ​ຕາມ​ກະຊວງ​ສາທາລະນະ​ສຸກ​ ປາ​ແລັດ​ສະ​ຕິນ ໄດ້​ອອກ​ຖະແຫຼງການ​ໃນ​ວັນ​ທີ 12 ມີນານີ້ ວ່າ: ກອງທັບ​ອິດ​ສະ ​ຣາ​ແອນ ​ໄດ້​ສັງຫານ​ຊາວ​ປາ​ແລັດ​ສະ​ຕິນ 3 ຄົນ​ຢູ່​ເມືອງ ນາບ​​ຣັສ. ສື່​ມວນ​ຊົນ​ປາ​ແລັດ​ສະ​ຕິນ​ລາຍ​ງານ​ວ່າ: ທະຫານ​ອິດ​ສະ​ຣາ​ແອນ ​ໄດ້​ຍິງ​ປືນ​ໃສ່​ຊາວ​ປາ ແລັດ​ສະ​ຕິນ ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ເມືອງ ນາບ​​ຣັສ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 3 ຄົນ, ໃນ​ນັ້ນ​ແມ່ນ ​ສະມາຊິກ​ຂອງກຸ່ມ​ປະກອບ​ອາວຸດ​ທ້ອງຖິ່ນ​ຢູ່ ນາບ​​ຣັສ. ກະຊວງ​ປ້ອງ​ກັນ​ປະເທດ​ອິດ​ສະ​ຣາ​ແອນ​ກ່າວ​ໃນ​ການຖະແຫຼງການ​ໃນ​ມື້​ດຽວ​ກັນ​ວ່າ: ພວກ​ຫົວ​ຮຸນ​ແຮງ​ປາ​ແລັດ​ສະ​ຕິນ​ໄດ້​ຍິງ​ປືນ​ໃສ່​ທະຫານ​ອິດ​ສະ ​ຣາ​ແອນ​ທີ່ຢູ່​ໃກ້​ກັບ​ຊາຍ​ແດນ​ຂອງ​ເມືອງ​ນາບ​​ຣັສ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ທະຫານ​ອິດ​ສະ​ຣາ​ແອນ​ໄດ້​ຍິງ​ໂຕ້​ກັບ, ສອງ​ຝ່າຍ​ໄດ້​ປະ​ທະ​ກັນ​ໃນ​ເວລາ ​ສັ້ນໆ, ເຮັດ​ໃຫ້​ກຳລັງ​ປະກອບ​ອາວຸດ​ຊາວ​ປາ​ແລັດ​ສະ​ຕິນ 3 ຄົນ​ເສຍ​ຊີວິດ, ສ່ວນ​ຕົວ​ເລກ​ຜູ້​ບາດເຈັບ​ຍັງ​ບໍ່​ມີ​ການ​ລາຍ​ງານ. ນັບ​ແຕ່​ຕົ້ນປີ 2023 ເປັນຕົ້ນ ​ມາ, ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ ປາ​ແລັດ​ສະ​ຕິນ-ອິດ​ສະ​ຣາ​ແອນ ໄດ້​ເພີ່ມ​ຂຶ້ນ​ຢ່າງລຽນຕິດ ແລະ ມີ​ການ​ປະ​ທະ​ກັນ​ຫຼາຍ​ຄັ້ງ. ສອງ​ກຸ່ມ​ໄດ້​ປະກາດ​ໂຈະ​ການ​ຮ່ວມ
​ມື​ດ້ານ​ຄວາມ​ໝັ້ນຄົງ​ ແລະ ໄດ້ຕອບໂຕ້ກັນໄປມາຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/03/2023